ສະບາຍດີ, ຍິນດີຕ້ອນຮັບເຂົ້າສູ່ au8ust.com ເວັບໄຊຮວບຮວມຜົນງານຂອງຂ້າພະເຈົ້າ…
ຂ້າພະເຈົ້າຊື່ວ່າ ທະນະວໍລະກິດ ກຸນທະວັດພິນໂຍ ຫຼືທີ່ຮູ້ຈັກກັນດີໃນຊື່ au8ust ມີອາຍຸ ໒໒ ປີ ອາຊີບ ບໍ່ແນ່ນອນ ປັດຈຸບັນຢູ່ຫຼວງພະບາງ ມີຄວາມມັກໃນການ…
au8ust ບໍ່ໄດ້ຈົບການສຶກສາຈາກບ່ອນໃດມາ ມັດທະຍົມຕອນປາຍກໍບໍ່ຈົບ ຈົບພຽງ ມັດທະຍົມຕອນຕົ້ນ. ນິໄສໃຈຄໍເປັນຄົນມັກເວົ້າ ເວົ້າຢ່າງດຽວບໍ່ຄ່ອຍເຮັດ ແຕ່ຖ້າເຮັດກໍເຮັດອີ່ຫລີຢ່າບອກໃຫ້ເຊົາເດີລະ.
ເວົ້າຮອດ au8ust ແລ້ວ ຄົນສ່ວນໃຫຍ່ມັກຈະຄຶດຮອດບົດບາດໃນການເປັນ webmaster ຫຼາຍກວ່າ ເຊິ່ງອັນທີ່ຈິງກໍໜ້າຈະເປັນແບບນັ້ນ. ຂ້າພະເຈົ້າເລີ່ມເຮັດເວັບໄຊມາຕັ້ງແຕ່ປີ ໒໐໐໒ ໃນຊ່ວງເວລາທີ່ພາສາລາວຍັງບໍ່ມີແບບ Unicode ເທື່ອ ຜ່ານໄປຫຼາຍປີ ກໍສະສົມປະສົບການມາເລື້ອຍໆ ໂດຍເວັບທີ່ເຄີຍເຮັດມາກໍມີ au8ust.org ຈົນມາຮອດ punlao.com ແລະເວັບອື່ນໆ ທີ່ຍັງຄົງເຮັດຂຶ້ນມາໃໝ່ເລື້ອຍໆ ເຊິ່ງກໍສາມາດຕິດຕາມໄດ້ຈາກ ໜ້າທຳອິດຂອງເວັບນີ້.
ທັກສະການເປັນເວັບມາສເຕີຂອງຂ້າພະເຈົ້າກໍເປັນແບບບ້ານໆ ບໍ່ມີຫຍັງຫຼາຍ ບໍ່ໄດ້ຮຽນມາສະເພາະທາງ ມີແຕ່ປະສົບການລ້ວນໆ. ຂ້າພະເຈົ້າເລີ່ມສ້າງເວັບໄຊດ້ວຍ Macromedia Dreamweaver (ຕອນນັ້ນ Adobe ຍັງບໍ່ໄດ້ຊື້ Macromedia) ແລະເຮັດ Graphic ໂດຍໃຊ້ Adobe Photoshop ຕັ້ງແຕ່ຕອນເວີຊັນ 5. ຜ່ານໄປຫຼາຍປີ ກໍເລີ່ມຮຽນ HTML, CSS, PHP ແລະ MySQL ໂດຍສະເພາະໄລຍະຫຼັງທີ່ສ້າງເວັບໄຊພັນລາວ ກໍເລີ່ມຮຽນການນຳໃຊ້ລະບົບ Web server ເຊິ່ງໃຊ້ລະບົບປະຕິບັດການ Linux ອີກນຳ.
au8ust ສາມາດໃຊ້ CMS ໄດ້ຫຼາຍໂຕຕັ້ງແຕ່ WordPress, Drupal, Joomla!, SMF, phpBB, IPB, vBulletin ໄປຈົນຮອດ Elgg ແລະນອກຈາກ CMS ແລ້ວ ກໍຍັງໃຊ້ເວັບໄຊໂດຍໃຊ້ພຽງ Notepad++ ໄດ້ນຳ ເຊັ່ນ PunlaoHosting.com ແມ່ນຂຽນໜ້າເວັບໂດຍໃຊ້ Notepad++ ລ້ວນ ຍົກເວັ້ນແບບຟອມສຳລັບຕິດຕໍ່ເວັບ.
ເຖິງແມ່ນວ່າຫຼາຍປີທີ່ຜ່ານມາຈະເຮັດແຕ່ເວັບໄຊຈົນບາງຄົນຄຶດວ່າ au8ust ເຮັດເປັນແຕ່ເວັບໄຊເທົ່ານັ້ນລະ .. ອັນທີ່ຈິງ ຄວາມມັກໃນການຖ່າຍພາບຂອງຂ້າພະເຈົ້າ ມີມາແຕ່ຍັງນ້ອຍ ມີມາກ່ອນຮູ້ຈັກກັບຄອມພິວເຕີອີກ. ຍ້ອນກັບຄືນໃນສະໄໝ ມ. ໒ ຊ່ວງນັ້ນມີຟີມໂກດັກຂາຍ ເຂົາຂາຍສອງມ້ວນ ແຖມຟຣີກ້ອງຖ່າຍຮູບ ລາຄາພຽງ ໑໒໐,໐໐໐ ກີບ (ປະມານປີ ໑໙໙໘) ກໍຊື້ມາເພາະຢາກໄດ້ກ້ອງທີ່ແຖມມານຳ ແຕ່ຍາມນັ້ນຄວາມຮູ້ໃນດ້ານຕ່າງໆ ຍັງເປັນທີ່ຈຳກັດເກີນກວ່າເດັກນ້ອຍທົ່ວໄປຈະຊອກມາສຶກສາໄດ້.
ຫຼາຍປີຜ່ານໄປຈຶ່ງເລີ່ມມາສົນໃຈການຖ່າຍພາບເມື່ອມີປັດໃຈອຳນວຍ ຕອນນີ້ກໍເລີຍກາຍເປັນພວກ “shutterbug” ໄປແທນ ຖືກ້ອງໄປໄດ້ທຸກທີ່ທຸກເວລາ ຖ່າຍໄດ້ບໍ່ເວັ້ນ ຈົນນາຍໝໍຢູ່ໂຮງໝໍສົງໄສວ່າ ແມ່ນທ້າວອັນນັ້ນເປັນນັກຂ່າວຫຼືວ່າລາວບໍ່ເຕັມ ເຫັນຖືກ້ອງມາຖ່າຍຕະຫຼອດ.
ອຸປະກອນທີ່ໃຊ້ມີ Nikon D90 ພ້ອມດ້ວຍເລນຄູ່ໃຈແມ່ນ Nikon AF 50mm f/1.4D, Nikon AI 28mm f/2.8 ແລະ Tamron 10-24mm ນອກຈາກນັ້ນກໍມີ Nikon AF 35-135mm ແລະ Nikon AI 135mm f/2.8.
ນອກຈາກການເປັນ webmaster ແລະ shutterbug ແລ້ວ ກໍຍັງມັກການຖ່າຍທຳອີກ. ໃນໂລກແຫ່ງການແຕ້ມຈິນຕະນາການດ້ວຍແສງ ເປັນສິ່ງທີ່ບໍ່ສິ້ນສຸດ ເປັນຄ້າຍການເອົາຈິນຕະນາການອອກມາເປັນພາບໃຫ້ຄົນອື່ນໄດ້ເຫັນ ໄດ້ຮັບຮູ້ ແລະໄດ້ຍິນໄປນຳ.
ແຕ່ກໍການຖ່າຍວິດີໂອນີ້ລະທີ່ໃຊ້ເງິນຫຼາຍທີ່ສຸດ ອຸປະກອນຕ່າງໆ ໃນການຖ່າຍທຳນັ້ນ ຊ່າງແພງເຫຼືອແສນ ດັ່ງນັ້ນຕອນນີ້ຈຶ່ງຍັງບໍ່ມີຫຍັງຫຼາຍ ມີແຕ່ MV ເພງ ຕາມເມນູດ້ານເທິງຂອງເວັບ ເຊີນຮັບຊົມກັນໄດ້
au8ust ໃນອະນາຄົດຈະເປັນແນວໃດ ກໍຍັງບໍ່ແນ່ນອນ ຖ້າຫາກວ່າມີວຽກເຂົ້າມາໃນສິ່ງທີ່ລາວເຮັດເປັນ ລາວອາດຈະກ້າວໜ້າຂຶ້ນກໍເປັນໄດ້!
About